USAID Okard Income Generation Activity

Starting from early April 2021, the USAID Okard Community Based Inclusive Development (CBID) team proceeded with the Income Generation Activity (IGA), which provides beneficiaries with financial literacy, farm and non-farm training, tools, advice on suitable locations for home gardens and shelter, and assets such as poultry and goats, based on beneficiaries’ preferences.

In Xayphouthong District, Savannakhet Province, IGAs are overseen by the Association for Rural Mobilisation and Improvement (ARMI) CBID team together with the local authorities from District Labor and Social welfare and District of Agriculture and Forestry, village authorities and VET volunteers in 16 villages. Together they help beneficiaries understand the concept of IGA, complete business plans, procure assets, and provide continued support so the beneficiaries can continue the IGA on their own until they start to generate income . In Xayphouthong, 65 beneficiaries have received 169 goats so far.

In the other Okard CBID target district of Kham in Xieng Khouang Province, the Quality of Life Association (QLA) CBID team is using the same IGA approach to ensure that beneficiaries have sustainable sources of income and can contribute to the development of their households and communities. Moreover, to ensure that no one is harmed or fatally injured from UXO, from May 31 to June 4 UXO Lao cleared the land of 14 families in high-risk UXO areas of Kham district, so they can now proceed with their IGA with the peace of mind that their land is free from UXO.

USAID Okard, funded by USAID and implemented by World Education and Humanity & Inclusion, improves access to quality healthcare and economic opportunities for persons with disabilities, and supports design and implementation of disabilities inclusive policies.

ເລີ່ມແຕ່ຕົ້ນ ເດືອນເມສາ ປີ 2021 ທີ່ຜ່ານມາ, ທີມງານ ການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ (CBID) ຂອງໂຄງການ USAID ໂອກາດ ໄດ້ດຳເນີນກິດຈະກຳສ້າງລາຍຮັບ (IGA) ເຊິ່ງສະໜອງຄວາມຮັບຮູ້ ແລະ ກິດຈະກໍາຕ່າງໆ ໃຫ້ແກ່ຜູ້ທີ່ໄດ້ຮັບຜົນປະໂຫຍດ ບໍ່ວ່າຈະເປັນການຮຽນຮູ້ດ້ານການເງິນ, ການຝຶກອົບຮົມດ້ານກະສິກຳ ແລະ ບໍ່ແມ່ນກະສິກຳ, ເຄື່ອງມື, ຄຳແນະນຳ ທີ່ກ່ຽວກັບສະຖານທີ່ທີ່ ເໝາະສົມ ສຳລັບການເຮັດສວນ ແລະ ຄອກສັດ, ແລະ ສັດລ້ຽງຕ່າງໆເຊັ່ນ: ສັດປີກ ແລະ ແບ້ ໂດຍອີງໃສ່ຄວາມມັກ ແລະ ຄວາມເໝາະສົມໃນແຕ່ລະກໍລະນີ.

ຢູ່ເມືອງໄຊພູທອງ, ແຂວງສະຫວັນນະເຂດ, ກິດຈະກຳການສ້າງລາຍຮັບແມ່ນ ດຳ ເນີນໂດຍ ທີມງານສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ARMI) ໂດຍຮ່ວມກັບ ອຳ ນາດ ການປົກຄອງທ້ອງຖິ່ນ ຈາກຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມເມືອງ, ຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ, ອຳນາດການປົກຄອງຂັ້ນບ້ານ ແລະ ອາສາສະໝັກສະຕະວັດແພດບ້ານ ໃນ 16 ບ້ານ. ເພື່ອຊ່ວຍໃຫ້ຜູ້ທີ່ໄດ້ຮັບຜົນປະໂຫຍດເຂົ້າໃຈກິດຈະກໍາ, ສາມາດສ້າງແບບແຜນທຸລະກິດໄດ້, ຄວາມາສາມາດໃນການຈັດຊື້ ແລະ ສະໜັບສະໜູນເຂົາເຈົ້າຢ່າງຕໍ່ເນື່ອງຈົນ ຜູ້ທີ່ໄດ້ຮັບຜົນປະໂຫຍດສາມາດສ້າງລາຍຮັບໃຫ້ແກ່ຕົນເອງໄດ້. ທີ່ເມືອງໄຊພູທອງ, ຜູ້ທີ່ໄດ້ຮັບຜົນປະໂຫຍດ 65 ຄົນ ແມ່ນ ໄດ້ຮັບແບ້ໄປແລ້ວ ຈໍານວນ 169 ໂຕ.

ສໍາລັບພື້ນທີ່ເປົ້າໝາຍອື່ນ ຂອງໂຄງການ ໂອກາດ ແມ່ນຢູ່ເມືອງ ຄຳ, ແຂວງຊຽງຂວາງ ເຊິ່ງກິດຈະກໍາດໍາເນີນ ໂດຍ ທີມງານ ການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ (CBID) ຂອງ ສະມາຄົມ ຊ່ວຍເຫຼືອຟື້ນຟູຄຸນນະພາບຊີວິດ (QLA) ໂດຍ ນຳໃຊ້ວິທີການປະຕິບັດງານແບບດຽວກັນເພື່ອຮັບປະກັນວ່າ ຜູ້ທີ່ໄດ້ຮັບຜົນປະໂຫຍດມີລາຍໄດ້ທີ່ຍືນຍົງ ແລະ ປະກອບສ່ວນພັດທະນາຊຸມຊົນຂອງພວກເຂົາຕໍ່ໄປ. ນອກຈາກນີ້ແລ້ວ, ເພື່ອຮັບປະກັນວ່າບໍ່ມີໃຜໄດ້ຮັບບາດເຈັບ ຫຼື ເສຍຊີວິດຈາກລະເບີດບໍ່ທັນແຕກ. ແຕ່ວັນທີ 31 ພຶດສະພາ ເຖິງ ວັນທີ 4 ມິຖຸນາທີ່ເມືອງຄຳ, ແຂວງຊຽງຂວາງ, ໂຄງການເກັບກູ້ລະເບີດແຫ່ງຊາດ ຄກລ (UXO Lao) ໄດ້ລົງສໍາລວດ ແລະ ກວດກູ້ ເນື້ອທີ່ດິນຂອງ 14 ຄອບຄົວໃນເຂດທີ່ມີຄວາມສ່ຽງສູງ ຕໍ່ກັບລະເບີດບໍ່ທັນແຕກ. ເຊິ່ງພວກເຂົາກໍ່ຈະມີຄວາມສະບາຍໃຈໃນການປະຕິບັດກິດຈະກໍາການສ້າງລາຍຮັບໂດຍບໍ່ຕ້ອງກັງວົນກັບລະເບີດທີ່ບໍ່ທັນແຕກ.

ໂຄງການ USAID ໂອກາດ ໃຫ້ການສະໜັບສະໜູນທຶນໂດຍ ອົງການພັດທະນາສາກົນ ປະເທດ ສະຫະລັດ ອາເມລິກາ USAID ແລະ ຈັດຕັ້ງປະຕິບັດໂດຍ ອົງການ ເວີລດ໌ເອດຢູເຄຊັນ, ອົງການມະນຸດສະທໍາ ແລະ ການມີສ່ວນຮ່ວມ ເພື່ອເສີມຂະຫຍາຍການເຂົ້າ ເຖິງການຮັກສາສຸຂະພາບ ແລະ ໂອກາດທາງດ້ານເສດຖະກິດ ສຳລັບຄົນທີ່ມີຄວາມພິການ, ພ້ອມທັງສະ ໜັບສະໜູນການມີສ່ວນຮ່ວມ ໃນການອອກແບບນະໂຍບາຍ ແລະ ປະຕິບັດວຽກງານໃນການພັດທະນາ ມີແບບສ່ວນຮ່ວມ.

Posted in
Back to What's New »