Raising awareness and busting myths on International Epilepsy Day!

(Please scroll down for English)
“ການສົ່ງເສີມຄວາມຮັບຮູ້ ແລະ ຫຼຸດ​ຜ່ອນ​ຄວາມ​ເຊື່ອ ແລະ ເລື່ອງເລົ່າທີ່ບໍ່ແມ່ນຄວາມຈິງ​ໃນວັນ ພະຍາດຊັກ ເອປີເລັບຊີສາກົນ!”
ມີຫຼາຍຄວາມ​ເຊື່ອ ແລະ ເລື່ອງ​ເລົ່າ​ທີ່ແຕກ​ຕ່າງ​ກັນກ່ຽວກັບພະຍາດຊັກເອປີເລັບຊີ (ຫຼື ທີ່​ເຄີຍ​ເອີ້ນ​ກັນ​ວ່າ ພະ​ຍາດ​ຊັກ​ບ້າ​ໝູ), ສະນັ້ນ ເນື່ອງ​ໃນ​ວັນວັນພະຍາດຊັກເອປີເລີບຊີສາກົນ, ມື້​ນີ້ອົງການເ​ວີລ໌ດເອດຢູເຄຊັນ ປະ​ຈຳ ສ​ປ​ປ ລາວ ແມ່ນ​ຂໍ​ຖື​ໂອ​ກາດນີ້ທີ່ຈະສົ່ງເສີມຄວາມຮັບຮູ້, ຄວາມເຂົ້າໃຈທີ່ຖືກ​ຕ້ອງ ແລະ ສົ່ງ​ເສີມ ດ້ານການປິ່ນປົວທາງການແພດ, ການດູແລ ແລະ ການ​ໃຫ້ສະຫນັບສະຫນູນແກ່ຜູ້ທີ່ເປັນ ພະຍາດຊັກເອປີເລັບຊີ.
ປະຊາຊົນຫຼາຍກວ່າ 50 ລ້ານຄົນໃນທົ່ວໂລກໄດ້​ຮັບ​ຜົນ​ກະ​ທົບ​ຈາກພະຍາດຊັກເອປີເລັບຊີ ເຖິງວ່າ ພະ​ຍາດ​ດັ່ງ​ກ່າວຈະເປັນໜຶ່ງໃນບັນຫາສຸຂະພາບ ທີ່​ມີ​ມາ​ແຕ່​ດົນ​ນານທີ່ສຸດ​ຢູ່ໃນໂລກກໍຕາມ ແຕ່ຫຼາຍ​ຄົນ ​ກໍ່​ຍັງມີຄວາມຢ້ານກົວ ແລະ ຄວາມເຂົ້າໃຈຜິດຕໍ່​ກັບຜູ້ທີ່ມີອາການຊັກ. ແລ້​ວອາການຊັກແມ່ນຫຍັງ? ອາການຊັກ ແມ່ນ​ການ​ທີ່​ສະ​ໝອງຂອງ​ຄົນ​ເຮົາ ​ມີ​ການ​ລົບ​ກວນຂອງກະ​ແສໄຟຟ້າສະ​ໝອງຢ່າງກະທັນຫັນ ແລະ ຮຸນແຮງ ແລະ ເຮັດໃຫ້ສະໝອງບໍ່​ສາ​ມາດເຮັດວຽກໄດ້ປົກກະຕິໃນ​ໄລ​ຍະຊົ່ວຄາວ. ​ດັ່ງ​ນັ້ນ ບຸກຄົນທີ່ມີອາການດັ່ງກ່າວ ອາດຈະລົ້ມລົງ ແລະ ຮ່າງກາຍຂອງພວກເຂົາມີ​ອາ​ການສັ່ນ ແລະ ຊັກ. ພະຍາດຊັກເອປີເລັບຊີ ສ່ວນຫຼາຍແມ່ນຈະໄດ້​ຮັບ​ການ​ຮັກ​ສາ​ໂດຍ​ຜ່ານ​ການ​ນຳໃຊ້ຢາທີ່ຊ່ວຍຫຼຸດຜ່ອນ ຫຼື ຢຸດການຊັກ.
ເຖິງ​ຢ່າງ​ໃດ​ກໍ່ຕາມ, ຄວາມ​ເຊື່ອ ແລະ ເລື່ອງເລົ່າຕ່າງໆ​ທີ່​ມີ​ຢູ່ໃນຊຸມຊົນແມ່ນ​ໄດ້​ເຮັດໃຫ້ຜູ້ທີ່ເປັນພະຍາດ ຊັກເອປີເລັບຊີ ດໍາລົງຊີວິດທີ່​ແຍກ​ອອກ​ຈາກ​ສັງ​ຄົມ, ພວກ​ເຂົາ​ມັກປະ​ສົບກັບການຖືກຕໍາໜິ, ປົມ​ດ້ອຍ ແລະ ຖືກຈໍາແນກຍ້ອນບັນຫາສຸຂະພາບຂອງເຂົາເຈົ້າທີ່ຄົນໃນຊົມຊຸມອາດຈະບໍ່ເຂົ້າໃຈ ແລະ ມີ​ຄວາມ​ເຂົ້າ​ໃຈ​ທີ່​ຜິດ. ​ເຊິ່ງຫຼາຍໆຄວາມ​ເຊື່ອ ແລະ ເລື່ອງເລົ່າຕ່າງໆນັ້ນ​ແມ່ນບໍ່​ມີຄວາມຈິງເລີຍ. ພະຍາດຊັກເອປີເລັບຊີບໍ່ແມ່ນ ພະຍາດຕິດຕໍ່. ພະຍາດຊັກເອປີເລັບຊີບໍ່ໄດ້ເກີດຈາກວິນຍານ-ຜີ​ສາງ, ເວນກໍາ ຫຼື ຄຳສາບແຊ່ງ​ໃດໆ. ຄົນທີ່ເປັນພະຍາດຊັກເອປີເລັບຊີບໍ່ໄດ້ເປັນຄົນ​ທີ່​ມີ​ອາ​ການ​ປ່ວຍທາງຈິດ ຫຼື ພາ​ວະ​ບໍ່​ໝັນ​ຄົງ​ທາງດ້ານອາລົມ. ພະຍາດຊັກເອປີເລັບຊີບໍ່ໄດ້ມີຜົນກະທົບກັບຕໍ່ກັບວິທີ​ນຶກຄິດຂອງຄົນຜູ້ນັ້ນ ຍົກເວັ້ນຕອນທີ່ເຂົາເຈົ້າກ​ຳ​ລັງມີ ອາການຊັກ.ຜູ້ທີ່ເປັນພະຍາດຊັກເອປີເລັບຊີແມ່ນສາມາດມີສ່ວນຮ່ວມຢູ່ເຮືອນ ແລະ ພາຍໃນຊຸມຊົນ ຂອງເຂົາເຈົ້າ, ເຂົາເຈົ້າສາມາດຮຽນຮູ້, ເຮັດວຽກ ແລະ ໃຊ້ຊີວິດໄດ້ຢ່າງເຕັມສ່ວນ.
ໂຄງການ ໂອກາດ ໄດ້ເຮັດວຽກຮ່ວມກັບສະມາຄົມສໍາລັບຜູ້ທີ່ເປັນພະຍາດຊັກເອປີເລັບຊີ (APE) ເພື່ອ​ສ້າງ​ສື່ ໂປສເຕີທີ່ໃຫ້ຂໍ້ມູນພື້ນຖານກ່ຽວກັບພະຍາດຊັກເອປີເລັບໃຫ້ແກ່ຜູ້ເບິ່ງແຍງ ແລະ ຄົນໃນຊຸມຊົນເພື່ອຊ່ວຍໃຫ້ເຂົາເຈົ້າເຂົ້າໃຈເຖິງອາການໂດຍບໍ່ອິງຕາມຄວາມ​ເຊື່ອ ຫຼື ເລື່ອງເລົ່າທີ່ເຄີຍໄດ້ຍິນມາ ແລະ ໃຫ້ພວກເຂົາຊອກຫາການດູແລ​ເບິ່ງ​ແຍງທີ່ເຫມາະສົມໂດຍສະເພາະ​ໃນ​ເວ​ລາທີ່ມີຄົນອ້ອມຂ້າງກຳ​ລັງ
ມີອາການຊັກ.
ໂຄງການ ໂອກາດ ໃຫ້ການສະໜັບ ສະໜູນທຶນໂດຍ ອົງການພັດທະນາສາກົນ ປະເທດ ສະຫະລັດ ອາເມລິກາ USAID ແລະ ຈັດຕັ້ງປະຕິບັດໂດຍ ອົງການ ເວີລດ໌ເອດຢູເຄຊັນ ປະຈຳ ສປປ ລາວ, ເພື່ອເສີມຂະຫຍາຍການເຂົ້າເຖິງການຮັກສາສຸຂະພາບ ແລະ ໂອກາດທາງດ້ານເສດຖະກິດ ສຳລັບຄົນທີ່ມີຄວາມພິການ, ພ້ອມທັງສະໜັບສະໜູນໃຫ້ ເຂົາເຈົ້າ ມີສ່ວນຮ່ວມໃນການອອກແບບນະໂຍບາຍ ແລະ ປະຕິບັດວຽກງານໃນການພັດທະນາມີແບບສ່ວນຮ່ວມ.
“Raising awareness and busting myths on International Epilepsy Day!”
Many myths exist about epilepsy, so today as we celebrate International Epilepsy Day, World Education Laos wants to raise awareness, promote better understanding and advocate for better medical treatment, care and support for people living with epilepsy.
Epilepsy affects over 50 million people around the world yet despite being one of the world’s oldest known health conditions there is fear and misunderstanding about people who have seizures. What is a seizure? The brain has a sudden and intense burst of electrical activity and causes the brain to temporarily not work properly. The person might fall down and their body shakes. Epilepsy is most commonly treated by medication that reduces or stops the seizures.
However many myths exist in communities that cause people living with epilepsy to live in the shadows, experience stigma and discrimination as their health condition is misunderstood. But many of these myths are not true. Epilepsy is not contagious. Epilepsy is not caused by spirit, karma or curses. People living with epilepsy are not mentally ill or emotionally unstable. Epilepsy has no effect on the way the person can think except during the seizure. People living with epilepsy are able to be active at home and within their community, they can study, work and lead an active, full life.
USAID Okard has been working with the Association for Patients with Epilepsy (APE) to produce a poster that provides basic information about epilepsy to caregivers and persons in the community to help dispel the myths about epilepsy and enable them to seek the proper care they need especially when seizures occur.
USAID Okard, funded by USAID and implemented by World Education, Inc., improves access to quality healthcare and economic opportunities for persons with disabilities, and supports design and implementation of disabilities inclusive policies.
Posted in
Back to What's New »