UXO Survivors’ Unmet Needs Research

ໃນປີ 2017, ອົງການ ເວີລ໌ດເອດຢູເຄຊັນ ໄດ້ຈັດຕັ້ງ ແລະ ນໍາພາ ກິດຈະກໍາລົງສໍາຫລວດ ຄວາມຕ້ອງການທີ່ຍັງບໍ່ທັນໄດ້ຮັບການຕອບສະໜອງ ຂອງຜູ້ລອດຊີວິດຈາກ ລບຕ ທີ່ດຳລົງຊີວິດໃນ ສປປ ລາວ. ອີງຕາມສະຖິຕິຖານຂໍ້ມູນ ຈາກຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂ ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ຈຳນວນຜູ້ລອດຊີວິດຈາກ ລບຕ ທັງໝົດໃນທົ່ວປະເທດແມ່ນປະມານ 15,000ຄົນ. ອົງການ ເວີລ໌ດເອດຢູເຄຊັນ ຮ່ວມກັບບໍລິສັດ ສຳຫລວດ ອີນໂດໄຊນາ ລົງສຳຫລວດເກັບກຳ ຂໍ້ມູນຜູ້ລອດຊີວິດ ເຊັ່ນ: ຂໍ້ມູນດ້ານການປິ່ນປົວ, ດ້ານເສດຖະກິດ ແລະ ຂໍ້ມູນດ້ານອື່ນໆທີ່ກ່ຽວຂ້ອງ ຈາກຜູ້ລອດຊີວິດ ຈຳນວນ 300ຄົນ ຈາກແຂວງ ຊຽງຂວາງ, ສະຫວັນນະເຂດ ແລະ ອັດຕະປື.
ທ່ານ ນາງ ດຣ ໂຈ ເດີແຮມ ຈາກໂຮງຮຽນພາກວິຊາສຸຂະພາບສາທາລະນະສຸກ ຄະນະແພດສາດ, ມະຫາວິທະຍາໄລຄິນສະແລນ, ປະເທດອົດສະຕຣາລີ (School of Public Health, Faculty of Medicine, University of Queensland) ເປັນຫົວໜ້າທິມໃນການອອກແບບເຄື່ອງມືເກັບກໍາຂໍ້ມູນ ແລະ ວິໃຈຜົນໄດ້ຮັບ ຈາກຜູ້ຕອບແບບສອບຖາມ ຈໍານວນ 300ຄົນ. ບົດລາຍງານຜົນໄດ້ຮັບຂອງການລົງສຳຫລວດແມ່ນເວົ້າເຖິງລາຍລະອຽດ ຂອງຄວາມຕ້ອງການທີ່ຍັງບໍ່ທັນໄດ້ຮັບການຕອບສະໜອງຂອງຜູ້ລອດຊີິວິດ ແລະ ບັນດາຂໍ້ແນະນຳຕ່າງໆແມ່ນໄດ້ນຳສະເໜີ ແລະ ປຶກສາຫາລືໃນກອງປະຊຸມເຜີຍແຜ່ຜົນໄດ້ຮັບຂອງການລົງສຳຫລວດ ເຊິ່ງໄດ້ຈັດຂື້ນຢູ່ນະຄອນຫລວງວຽງຈັນ ໂດຍມີຕົວແທນເຂົ້າຮ່ວມຈາກ ໂຮງໝໍແຂວງ, ອົງການຈັດຕັ້ງສາກົນ ແລະ ຕາງໜ້າຈາກ ຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂ ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ. ໃນຂະນະທີ່ຄວາມຕ້ອງການຂອງບຸກຄົນທີ່ໄດ້ກໍານົດໃນໄລຍະການສໍາຫຼວດ ເຊັ່ນ: ອຸປະກອນເຄື່ອງຊ່ວຍອໍານວຍຄວາມສະດວກຕ່າງໆ, ການຊ່ວຍເຫລືອດ້ານສຸຂະພາບຈິດ ແລະ ການເຂົ້າຮອດເຂົ້າເຖິງການບໍລິການດ້ານສຸຂະພາບ ເຊິ່ງຍັງຄົງເປັນບັນຫາທີ່ທ້າທາຍຫຼັກ, ການສື່ສານທີ່ດີກ່ວາເກົ່າ ລະຫວ່າງຄູ່ຮ່ວມງານດ້ານການພັດທະນາ, ບັນດາອົງການຈັດຕັ້ງປະຕິບັດກິດຈະກຳການຊ່ວຍເຫລືອ ແລະ ພະນັກງານສຸຂະພາບ ຈະຊ່ວຍປັບປຸງລະບົບການຄຸ້ມຄອງແຕ່ລະກໍລະນີ ແລະ ຊ່ອງທາງນດ້ານການປິ່ນປົວ
ໂດຍມີຂໍ້ມູນດັ່ງກ່າວນີ້ ອົງການເວີລ໌ດເອດຢູເຄຊັນ ຫວັງວ່າ ຈະເສີມຂະຫຍາຍການວາງແຜນຂອງລັດຖະບານລາວໃນການໃຫ້ການຊ່ວຍເຫຼືອຜູ້ລອດຊິວິດຈາກ ລບຕ ຢ່າງມີປະສິດທິພາບ ພາຍໄຕ້ແຜນຍຸດທະສາດລວມຂອງຄົນພິການ.

In 2017 World Education lead research into identifying the unmet needs of UXO survivors living in Laos. According to the National Regulatory Authority there are approximately 15,000 UXO survivors living in Laos. World Education worked with Indochina Research Ltd. (IRL) to collect individual stories, medical conditions, economic statuses, and other influential factors of 300 UXO survivors from Xieng Khouang, Savannakhet, and Attapeu Province.

Dr. Jo Durham (School of Public Health, Faculty of Medicine, University of Queensland) led the design of the tools used in field data collection and analyzed the results from the 300 respondents. The final report detailing an analysis of the unmet needs of UXO survivors and subsequent recommendations, were presented and discussed by representatives from the NRA, provincial hospitals, and iNGOs at a workshop in Vientiane. While the individual needs identified during the research such as assistive devices, mental health treatment, and general accessibility to health services remain at the forefront of survivors’ challenges, better communication between development partners, implementation organizations and health workers will dramatically improve case management and treatment pathways.

With this information, World Education hopes to strengthen the Government of Laos’ planning of delivering effective victims’ assistance under a broader disability inclusion strategy.

Posted in
Back to What's New »